ພະລັງຈາກສັງຄົມຊ່ວຍນ້ອງວົງສາ ຫຼ້າສຸດອາການເລີ່ມດີຂຶ້ນຕາມລໍາດັບ

ພະລັງຈາກສັງຄົມຊ່ວຍນ້ອງວົງສາ ເດັກນ້ອຍຖືກນໍ້າຮ້ອນລວກ ຫຼ້າສຸດອາການເລີ່ມດີຂຶ້ນຕາມລຳດັບ



ອັບເດດຄວາມຄືບໜ້າອາການຫຼ້າສຸດຂອງນ້ອງວົງສາ ອາຍຸ 8 ເດືອນທີ່ຖືກນໍ້າຮ້ອນລວກໄດ້ຮັບບາດເຈັບສາຫັດ ເຊິ່ງເວລານັ້ນທາງຄອບຄົວທຸກຍາກບໍ່ມີເງິນປິ່ນປົວພຽງພໍ ເຮັດໃຫ້ບາດແຜຂອງເດັກຕິດເຊື້ອຮຸນແຮງ ໂອກາດລອດຊີວິດມີພຽງ 25% ແຕ່ຫຼັງຈາກທີ່ໄດ້ຮັບຄວາມຊ່ວຍເຫຼືອຈາກສາວໄກ່ ເຈົ້າຂອງ ເຟສບຸກ ຂ້ອຍຊື່ສາວໄກ່ ໃຈເຈົ້າຮູ້ດີ ທີ່ໄດ້ຮັບມາເບິ່ງແຍງ ແລະ ລະດົມທຶນຈາກພໍ່ແມ່ພີ່ນ້ອງທຸກໆຄົນຜ່ານທາງ ເຟສບຸກ ກ່ອນຈະໄດ້ຮັບເງິນຈຳນວນໜຶ່ງຈາກຜູ້ໃຈບຸນ ແລະ ໄດ້ນຳໂຕນ້ອງວົງສາ ໄປປິ່ນປົົວທີ່ປະເທດໄທ ອາການຫຼ້າສຸດດີຂຶ້ນເປັນລຳດັບ ສາມາດເຫັນຮອຍຍິ້ມຂອງນ້ອງ ແລະ ຄອບຄົວໄດ້ອີກຄັ້ງ ທີມງານ ຄາໃຈ ຂໍເປັນອີກໜຶ່ງກຳລັງໃຈໃຫ້ນ້ອງວົງສາຫາຍດີຈາກອາການດັ່ງກ່າວໂດຍໄວ











ຂໍ້ມູນ ຈາກ ເຟສບຸກ ສາວໄກ່ ໃຈເຈົ້າຮູ້ດີ


ความคิดเห็น

โพสต์ยอดนิยมจากบล็อกนี้

ຮານໍ້າຕາແຕກ !! ສາວ ໂພສ ແຊຣ໌ ວິທີຕື່ມເງິນດ້ວຍບັດແບບບໍ່ຕ້ອງຂູດໃຫ້ເປື້ອນມື ແຕ່ສິ່ງທີ່ໄດ້ຮັບ...

ດັງຂ້າມຄືນ ເຈົ້າຂອງ ໂພສ ຄຳຂໍໂທດຈາກແຟນເກົ່າ