บทความ

ແບບນີ້ກະໄດ້ຫວາ? ຈ້າງຄົນປໍ້າຍອດໄລ້ ເພື່ອຊະນະການຄັດເລືອກນາງແບບປະຕິທິນ

รูปภาพ
ແບບນີ້ກະໄດ້ຫວາ? ຈ້າງຄົນປໍ້າຍອດໄລ້ ເພື່ອຊະນະການຄັດເລືອກນາງແບບປະຕິທິນ  ໂອ້ຍວ້າຍຕາຍແລ້ວ...ເປັນກະແສທີ່ມາແຮງຫຼາຍໃນປັດຈຸບັນນີ້ກັບການຄົ້ນຫານາງແບບປະຕິທິນປີ 2018 ຂອງຮ້ານຄຳແຫ່ງໜຶ່ງ ທີ່ປ່ຽນຮູບແບບຈາກການປະກວດເທິງເວທີ ໃຫ້ສາວໆໄດ້ສົ່ງຮູບພາບ ແລະ ຄັດເລືອກກັນຜ່ານທາງ ເຟສບຸກ ແຟນເພຈ ຂອງຮ້ານ ເຊິ່ງຫຼັງຈາກທີ່ຜູ້ຈັດການປະກວດສາມາດຄັດເລືອກນາງສາວທີ່ເຂົ້າຮອບໄດ້ເປັນທີ່ຮຽບຮ້ອຍແລ້ວ ກໍ່ມີການຖ່າຍຮູບ ໂປຣໄຟລ໌ ພ້ອມໂພສລົງ ເຟສບຸກ ແຟນເພຈ ຂອງທາງຮ້ານເພື່ອໃຫ້ມວນຊົນໄດ້ຮ່ວມເປັນກຳມະການຕັດສິນ ໂດຍໃຜທີ່ມີຍອດກົດໄລ້ຫຼາຍກໍ່ຈະຖືກພິຈາລະນາເປັນພິເສດ ເພາະທາງຮ້ານເພິ່ນນັບຄະແນນຈາກຍອດກົດໄລ້ 60% ແລະ ອີກ 40% ເປັນຄະແນນຈາກຄະນະກຳມະການ ແຕ່ວ່າ ຖ້າທຸກຢ່າງເປັນໄປດ້ວຍຄວາມໂປ່ງໃສ ແນ່ນອນວ່າຈະບໍ່ເກີດກະແສ ດຣາມ່າ ແບບສະໜັ່ນ ໂຊຊຽວ ແນ່ນອນ ເພາະຕອນນີ້ ມີ 1 ໃນຜູ້ເຂົ້າຮອບທີ່ພະຍາຍາມປ້ຳຍອດໄລ້ຂອງຕົນ ເພື່ອໃຫ້ຊະນະການປະກວດ ໂດຍມີ ເຟສບຸກ ທີ່ໃຊ້ຊື່ວ່າ  Alina Philavong Haters ເນັດໄອເດົ້າ  ໄດ້ໂພສເຟສບຸກວ່າ: ຈັງໃດນໍບາດນິ ຖ້າຫາກເລື່ອງນີ້ ເປັນຄວາມຈິງທາງກອງປະກວດເພິ່ນຈະມີວິທີແກ້ໄຂແບບໃດ ເພາະການກະທຳແບບນີ້ເປັນການເອົາປຽບຜູ້ເຂົ້າປະກວດຄົນອື່ນ

ວິທີເສີມດວງ ປະຈຳວັນເກີດແບບສຽດສີສັງຄົມຈາກ ອາຈານດັງບຶບ

รูปภาพ
ວິທີເສີມດວງ ປະຈຳວັນເກີດແບບສຽດສີສັງຄົມຈາກ ອາຈານດັງບຶບ ສາວ ປັອບປີ້ ມາສເຕີ ຈັດໃຫ້ສຳລັບໃຜທີ່ມັກຫວັງລວຍທາງລັດໂດຍອາໄສແຕ່ບຸນພາວາດສະໜາສົ່ງ ກັບ ວິທີເສີມດວງ ປະຈຳວັນເກີດແບບສຽດສີສັງຄົມຈາກ ອາຈານດັງບຶບ ເວລາໄດ້ອ່ານວິທີເສີມດວງແລ້ວບອກໄດ້ຄຳດຽວວ່າຈຸກກັບບາດ Cr. Poppy Master

ພະລັງຈາກສັງຄົມຊ່ວຍນ້ອງວົງສາ ຫຼ້າສຸດອາການເລີ່ມດີຂຶ້ນຕາມລໍາດັບ

รูปภาพ
ພະລັງຈາກສັງຄົມຊ່ວຍນ້ອງວົງສາ ເດັກນ້ອຍຖືກນໍ້າຮ້ອນລວກ ຫຼ້າສຸດອາການເລີ່ມດີຂຶ້ນຕາມລຳດັບ ອັບເດດຄວາມຄືບໜ້າອາການຫຼ້າສຸດຂອງນ້ອງວົງສາ ອາຍຸ 8 ເດືອນທີ່ຖືກນໍ້າຮ້ອນລວກໄດ້ຮັບບາດເຈັບສາຫັດ ເຊິ່ງເວລານັ້ນທາງຄອບຄົວທຸກຍາກບໍ່ມີເງິນປິ່ນປົວພຽງພໍ ເຮັດໃຫ້ບາດແຜຂອງເດັກຕິດເຊື້ອຮຸນແຮງ ໂອກາດລອດຊີວິດມີພຽງ 25% ແຕ່ຫຼັງຈາກທີ່ໄດ້ຮັບຄວາມຊ່ວຍເຫຼືອຈາກສາວໄກ່ ເຈົ້າຂອງ ເຟສບຸກ ຂ້ອຍຊື່ສາວໄກ່ ໃຈເຈົ້າຮູ້ດີ ທີ່ໄດ້ຮັບມາເບິ່ງແຍງ ແລະ ລະດົມທຶນຈາກພໍ່ແມ່ພີ່ນ້ອງທຸກໆຄົນຜ່ານທາງ ເຟສບຸກ ກ່ອນຈະໄດ້ຮັບເງິນຈຳນວນໜຶ່ງຈາກຜູ້ໃຈບຸນ ແລະ ໄດ້ນຳໂຕນ້ອງວົງສາ ໄປປິ່ນປົົວທີ່ປະເທດໄທ ອາການຫຼ້າສຸດດີຂຶ້ນເປັນລຳດັບ ສາມາດເຫັນຮອຍຍິ້ມຂອງນ້ອງ ແລະ ຄອບຄົວໄດ້ອີກຄັ້ງ ທີມງານ ຄາໃຈ ຂໍເປັນອີກໜຶ່ງກຳລັງໃຈໃຫ້ນ້ອງວົງສາຫາຍດີຈາກອາການດັ່ງກ່າວໂດຍໄວ ຂໍ້ມູນ ຈາກ ເຟສບຸກ ສາວໄກ່ ໃຈເຈົ້າຮູ້ດີ

ດັງຂ້າມຄືນ ເຈົ້າຂອງ ໂພສ ຄຳຂໍໂທດຈາກແຟນເກົ່າ

รูปภาพ
ດັງຂ້າມຄືນ ເຈົ້າຂອງ ໂພສ  ຄຳຂໍໂທດຈາກແຟນເກົ່າ        ຈາກກໍລະນີທີ່ມີ ຜູ້ໃຊ້ ເຟສບຸກ ຊື່  Somsavine Vssp  ໂພສຫົວຂໍ້ວ່າ "ຄຳຂໍໂທດຈາກແຟນເກົ່າ" ພ້ອມກັບເນື້ອໃນໃຈຄວາມທີ່ຂຽນໄວ້ຄ່ອນຂ້າງລະອຽດ ເຮັດໃຫ້ຫຼາຍຄົນທີ່ເຂົ້າໄປອ່ານຮູ້ສຶກມີແຮງບັນ ດານໃຈໃຫ້ກັບຕົນເອງພ້ອມທັງສະແດງຄວາມເຫັນອົກເຫັນໃຈ ແລະ ໃຫ້ກຳລັງໃຈໜຸ່ມຄົນນີ້ເປັນຈຳ ນວນຫຼາຍ ຈົນປັດຈຸບັນມີການ ກົດຖືກໃຈ ແລະ ສົ່ງຕໍ່ຂໍ້ມູນກັນຫຼາຍພັນຄັ້ງ ເຊິ່ງ ໂພສດັ່ງກ່າວ ໄດ້ຖືກ ໂພສ ໄວ້ ຕັ້ງແຕ່ວັນທີ 6 ສິງຫາທີ່ຜ່ານມາ ເນື້ອໃນຂຽນໄວ້ວ່າ:  " ຄຳຂໍໂທດຈາກແຟນເກົ່າ" .......................... .......................... .......................... ........................ ທ້າຍອາທິດຜ່ານມາ ກໍ່ຖຶກກັບໄລຍະຝົນຕົກໜັກເນື່ ອງຈາກພະຍຸຊົງກາເຂົ້າມາຢາມອີ ກຄັ້ງ, ສົ່ງຜົນໃຫ້ຄົນທັງຫຼາຍນອນຢ່າ ງເຕັມອີ່ມໃນວັນພັກຜ່ອນເສົາ- ອາທິດ. ສຳລັບຂ້ອຍເອງກໍ່ເຊັ່ນກັນກັບ ຫຼາຍຄົນທີ່ນອນແຊບຈົນບໍ່ຢາກຕ ື່ນເພາະອາກາດເປັນໃຈໝົດມື້ເລ ີຍ... ບັງເອີນໄດ້ຍິນສຽງໂທລະສັບດັ ງຂຶ້ນ ກໍ່ຈັບຂຶ້ນມາເບິ່ງເປັນເບີຕ ັ້ງໂຕະ 030 ທີ່ບໍ່ຄຸ້ນປານໃດ? ເມື່ອຮັບສາຍປາກົດວ່າເປັນສຳນ ຽງຂອງຜູ້ຍິງຄົນໜຶ່ງໂທມາທັກທ າຍສະບາຍດີ ຖາມເຖິງຄວາມທຸກ-ສຸກຕ່

ພິກລັອກ ! ຫວຍຂູດທີ່ອ້າງວ່າຖືກ 100 ລ້ານກີບ ແມ່ນປອມແປງແທ້

รูปภาพ
ຫວຍຂູດ ເປັນຜະລິດຕະພັນທີ່ບໍ່ສາມາດປອມແປງໄດ້        ຫວຍ​ຂູດ​ເປັນ​ຜະລິດ​ຕະ​ພັນໜຶ່ງ​ຂອງ​ບໍລິສັດ​ລັດ​ວິ​ສາ​ຫະ​ກິດຫວຍ​ພັດທະນາ ໂດຍ​ແມ່ນ​ບໍ​ລິສັດ ບົວ​ທິບ​ລາວ ຈຳກັດ ເປັນ​ຕົວແທນ​ຈຳໜ່າຍ​ພຽງ​ຜູ້​ດຽວ​ໃນ ​ສປປ ລາວ ເຊິ່ງ​ເປັນ​ຜະລິດ​ຕະພັນ​ເກມ​ຫຼິ້ນ​ຄ້າຍຄື​ການ​ຈົກ​ສະຫຼາກ ແລະ ໄດ້​ຮັບ​ການ​ສ້າງຕັ້ງເຄື່ອນ​ໄຫວ​ມາ​ແຕ່​ປີ 2003 ເພື່ອຕອບ​ສະໜອງ​ຄວາມ​ຮຽກຮ້ອງຕ້ອງການ​ຂອງ​ຜູ້​ມັກ​ສ່ຽງ​ໂຊກ-ຊີງ​ລາງວັນ ແຕ່​ເບື້ອງ​ຕົ້ນ​ຜະລິດຕະ​ພັນ​ດັ່ງກ່າວ​ບໍ່​ທັນ​ເປັນ​ທີ່​ນິ ຍົມຂອງ​ສັງຄົມ ເນື່ອງ​ຈາກ​ລາງວັນບໍ່​ຈູງ​ໃຈ ມາ​ຮອດ​ທ້າຍ​ປີ 2016 ຜະລິດ​ຕະ​ພັນ​ຫວຍ​ຂູດ​ໄດ້​ມີ​ການປັບ ປຸງ​ຮູບ​ແບບ​ເກມ​ຫຼິ້ນ ແລະ ກໍ່ໄດ້​ຮັບ​ການ​ຍອມຮັບ​ຈາກ​ສັງຄົມໃນ​ປັດຈຸບັນ ແລະ ມີ​ຜູ້​ໂຊກ​ດີ​ຈຳນວນ​ບໍ່​ໜ້ອຍ ​ທີ່​ໄດ້​ຮັບ​ເງິນ​ລາງວັນ​ຫວຍ​ຂູດ​ເລກ 2 ສາມາດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ​ໄດ້ໃນ​ລະດັບ​ໜຶ່ງ ທັງ​ເປັນ​ການ​ປະກອບ​ສ່ວນ​ລະດົມ​ທຶນ​ຈາກ​ສັງຄົມ ສ້າງ​ລາຍ​ຮັບ​ເຂົ້າ​ງົບປະມານຂອງ​ລັດ.          ທ່ານ​ນາງ ທອງ​ທິບ ພົມ​ມະຈັກ ປະທານ​ບໍລິສັດ ບົວ​ທິບ​ລາວ ຈຳກັດ  ໄດ້​ໃຫ້​ສຳພາດ​ວ່າ : ຫວຍ​ຂູດເປັນ​ຜະລິດ​ຕະ​ພັນ​ທີ່​ບໍ່​ສາມາດປອມ​ແປງ​ໄດ້ ເນື່ອງ​ຈາກ​ເປັນ​ຜະລິດ​ຕະ​ພັນ​ ທີ່​ຜະລ

ຊົມເຊີຍເຈົ້າໜ້າທີ່ ອະນາໄມເສດຫີນທີ່ລົດແກ່ດິນເຮັດເຮ່ຍຖິ້ມໄວ້

รูปภาพ
ລົດແກ່ດິນເຮັດເຮ່ຍ ແຕ່ເປັນ ເຈົ້າໜ້າທີ່ ແລະ ປະຊາຊົນໄດ້ອະນາໄມ ບັນຫາລົດແກ່ດິນ ແກ່ຫີນ  ເກີນຂະໜາດ ຫຼື ບໍ່ມີຜ້າປົກຄຸມທີ່ແລ່ນເຂົ້າມາໃນເສັ້ນທາງຕົວເມືອງ ແມ່ນເປັນບັນຫາຊໍາເຮື້ອທີ່ຍັງປາກົດມີໃຫ້ເຫັນໃນປັດຈຸບັນ ສ້າງຄວາມເປິເປື້ອນ ແລະ ບໍ່ສະອາດຈົບງາມໃຫ້ກັບຖະໜົນຫົນທາງ ຊໍ້າບໍ່ໜຳ ລົດບັນທຸກສ່ວນຫຼາຍພັດບໍ່ໄດ້ເອົາຫົວໃສ່ໃຈຊາຕໍ່ການກະທຳຂອງຕົນເອງ ຈົນກາຍເປັນພາລະຂອງສັງຄົມ ເຊິ່ງພາບທີ່ທ່ານກໍາລັງເຫັນຢູ່ໃນປັດຈຸບັນ ຄື ກອງຫີນຈຳນວນໜຶ່ງທີ່ຕົກເຮ່ຍມາຈາກລົດບັນທຸກ ເຊິ່ງເຈົ້າໜ້າທີ່ຕຳຫຼວດຈາລະຈອນ ແລະ ປະຊາຊົນບໍລິເວນນັ້ນຕ້ອງໄດ້ມາອະນາໄມເອົາເອງ ຂໍ້ມູນຈາກ  Bouppha Onemani

ເຈົ້າຂອງໂຕຈິງຍັງງົງ ເຄື່ອງປະດັບເຮືອນກາຍເປັນຂອງວິເສດໄດ້ແນວໃດ?

รูปภาพ
ເຈົ້າຂອງໂຕຈິງຍັງງົງ !!  ເຄື່ອງປະດັບເຮືອນທີ່ເສຍໄປ  ກາຍເປັນຂອງວິເສດທີ່ ຫຼວງພະບາງ ຈາກກໍລະນີ ທີ່ມີ ແຫຼ່ງຂ່າວໜຶ່ງໃນເຟສບຸກ ເຜີຍແຜ່ຂ່າວຄາວກໍລະນີມີຄົນພົບພະພຸດທະຮູບສາມອົງໃນເຮືອນ ໂດຍບໍ່ຮູ້ແຫຼ່ງທີ່ມາ ຫຼັງຈາກທີ່ປະຊາຊົນພົບເຫັນແສງປະຫຼາດລອຍມາແຕ່ເທິງຟ້າ ແລະ ຕົກໃສ່ເຮືອນດັ່ງກ່າວ ຈົນເປັນຂ່າວດັງ ເຮັດໃຫ້ປະຊາຊົນໃນເຂດນັ້ນພາກັນມາບູຊາເປັນຈໍານວນຫຼາຍ ຫຼ້າສຸດເຈົ້າຂອງງວງຊ້າງແກະສະຫຼັກ ໂຕຈິງ ໄດ້ອອກມາໂພສເຟສບຸກ ເຖິງກໍລະນີດັ່ງກ່າວແລ້ວ ແລະ ນີ້ຄື ງວງຊ້າງ ແກະສະຫຼັກອີກ 1 ອັນ ທີ່ຍັງຢູ່ເຮືອນຂອງເຈົ້າຂອງໂຕຈິງ ຂໍ້ມູນ ຈາກ Panya Phanthaphanith