ດັງຂ້າມຄືນ ເຈົ້າຂອງ ໂພສ ຄຳຂໍໂທດຈາກແຟນເກົ່າ

ດັງຂ້າມຄືນ ເຈົ້າຂອງ ໂພສ ຄຳຂໍໂທດຈາກແຟນເກົ່າ 


      ຈາກກໍລະນີທີ່ມີ ຜູ້ໃຊ້ ເຟສບຸກ ຊື່ Somsavine Vssp ໂພສຫົວຂໍ້ວ່າ "ຄຳຂໍໂທດຈາກແຟນເກົ່າ" ພ້ອມກັບເນື້ອໃນໃຈຄວາມທີ່ຂຽນໄວ້ຄ່ອນຂ້າງລະອຽດ ເຮັດໃຫ້ຫຼາຍຄົນທີ່ເຂົ້າໄປອ່ານຮູ້ສຶກມີແຮງບັນ ດານໃຈໃຫ້ກັບຕົນເອງພ້ອມທັງສະແດງຄວາມເຫັນອົກເຫັນໃຈ ແລະ ໃຫ້ກຳລັງໃຈໜຸ່ມຄົນນີ້ເປັນຈຳ ນວນຫຼາຍ ຈົນປັດຈຸບັນມີການ ກົດຖືກໃຈ ແລະ ສົ່ງຕໍ່ຂໍ້ມູນກັນຫຼາຍພັນຄັ້ງ ເຊິ່ງ ໂພສດັ່ງກ່າວ ໄດ້ຖືກ ໂພສ ໄວ້ ຕັ້ງແຕ່ວັນທີ 6 ສິງຫາທີ່ຜ່ານມາ ເນື້ອໃນຂຽນໄວ້ວ່າ: 

"ຄຳຂໍໂທດຈາກແຟນເກົ່າ"
......................................................................................................
ທ້າຍອາທິດຜ່ານມາ ກໍ່ຖຶກກັບໄລຍະຝົນຕົກໜັກເນື່ອງຈາກພະຍຸຊົງກາເຂົ້າມາຢາມອີກຄັ້ງ, ສົ່ງຜົນໃຫ້ຄົນທັງຫຼາຍນອນຢ່າງເຕັມອີ່ມໃນວັນພັກຜ່ອນເສົາ-ອາທິດ. ສຳລັບຂ້ອຍເອງກໍ່ເຊັ່ນກັນກັບຫຼາຍຄົນທີ່ນອນແຊບຈົນບໍ່ຢາກຕື່ນເພາະອາກາດເປັນໃຈໝົດມື້ເລີຍ...

ບັງເອີນໄດ້ຍິນສຽງໂທລະສັບດັງຂຶ້ນ ກໍ່ຈັບຂຶ້ນມາເບິ່ງເປັນເບີຕັ້ງໂຕະ 030 ທີ່ບໍ່ຄຸ້ນປານໃດ? ເມື່ອຮັບສາຍປາກົດວ່າເປັນສຳນຽງຂອງຜູ້ຍິງຄົນໜຶ່ງໂທມາທັກທາຍສະບາຍດີ ຖາມເຖິງຄວາມທຸກ-ສຸກຕ່າງໆ ລວມທັງຊີວິດການເປັນຢູ່ໃນປັດຈຸບັນ ເມື່ອລົມໄປໆມາໆກວ່າຈະຮູ້ໄດ້ວ່າແມ່ນໃຜ? ກໍ່ເກືອບຕັ້ງ 20 ນາທີ; (ເພາະວ່າສະໝອງຍັງຈູນຄື້ນຄວາມຖີ່ຢູ່ວ່າແມ່ນສຳນຽງໃຜ?).

ຫຼັງຈາກລົມກັນໄປລົມກັນມາ ກໍ່ໄດ້ຂໍ້ສະຫຼຸບຮູ້ວ່າເປັນເບີ “ແຟນເກົ່າ” ທີ່ເຄີຍຖິ້ມເຮົາໄປມີແຟນ ໃໝ່ ຕັ້ງແຕ່ສະໃໝຮຽນປີ1 ໃນສາຍວິຊາຊີບເມື່ອປີ 2009 ຫຼື ຕັ້ງແຕ່ສະໃໝຂີ່ລົດຈັກຮ້າງ ຍີ້ຫໍ້ ຮອນດ້າ 50 (ສີຂາວ-ແດງ). ແຟນເກົ່າຄົນນີ້ ຖາມວ່າເຮົາແຕ່ງງານແລ້ວບໍ? ຂ້ອຍຕອບວ່າຍັງ? ລາວຖາມຕື່ມວ່າ ຖ້າຍັງບໍ່ທັນແຕ່ງງານ ກໍ່ຢາກໃຫ້ຂ້ອຍຍົກໂທດໃຫ້ ແລ້ວຢາກຂໍໂອກາດແກ້ໂຕກັບມາຄືນດີ ຄືກັບຕອນແຕ່ກີ້, ເນື່ອງຈາກເວລານີ້ ແຟນຄົນປັດຈຸບັນຂອງລາວໄດ້ຖິ້ມລາວແລ້ວໄປມີແຟນໃໝ່ ວ່າຊັ້ນ...

ພໍໄດ້ຍິນຄຳເວົ້າແນວນັ້ນ! ຂ້ອຍຕອບແບບບໍ່ລັ່ງເລໃຈວ່າ: ຂໍໂທດເດີ! ຂ້ອຍມີແຟນໃໝ່ແລ້ວ ແລະ ຂ້ອຍກັບໄປເປັນຄືເກົ່າບໍ່ໄດ້ອີກແລ້ວ ສາວເອີຍ!...

ຫວນຄືນອະດີດສະໃໝກ່ອນກີ້ອີກບາດໜຶ່ງ! ໃນເວລານັ້ນຂ້ອຍຮຽນໄອທີປີຊັ້ນສູງປີທີ1 ສົກຮຽນ 2009-2010 ໂດຍສຶກສາຢູ່ສະຖາບັນເຕັກໂນໂລຊີວຽງຈັນ, ພາຫະນະຄູ່ໃຈຍອດຮິດຕອນນັ້ນແມ່ນລົດຈັກຮອນດ້າ 50 ຄັນເກົ່າໆ ທີ່ທຽວໂຮງຮຽນທຸກມື້ຈາກບ້ານດົງປາແຫຼບ ເມືອງຈັນທະບູລີ ມາຫາ ບ້ານໂພນພະເນົາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ເຖິງວ່າໄລຍະທາງບໍ່ຮອດ 10 ກິໂລ ແຕ່ກໍ່ຖືວ່າລຳບາກຫຼາຍເພາະລົດມັນເກົ່າໝັງແລ້ວ ເພາະມີຄວາມຈຳເປັນຕ້ອງໄດ້ແປງທຸກໆມື້ ຫຼື ຖ້າມື້ໃດຝົນຕົກກໍ່ຖືວ່າຊວຍເລີຍ! ເພາະຝົນຕົກມາເຮັດໃຫ້ນ້ຳເຂົ້າຫົວທຽນ ຈາກນັ້ນກໍ່ຕິດບໍ່ໄດ້ ກໍ່ຕ້ອງໄດ້ຈູງເມືອທຸກຄັ້ງ.

ໄລຍະນັ້ນ, ຕົນເອງມີຮັກຄັ້ງທຳອິດ ຫຼື ຮັກຄັ້ງແລກ ກັບສາວນັກສຶກສາຕ່າງສະຖາບັນ, ຄວາມຮັກໄລຍະນັ້ນຮູ້ສຶກວ່າງົດງາມພຽງແຕ່ບໍ່ຮອດ 2 ປີ; ສຸດທ້າຍແລ້ວກໍ່ຈົບດ້ວຍການແຍກທາງ ເນື່ອງເຂົາມີທາງເລືອກທີ່ດີກວ່າ (ຄວາມໝາຍກໍ່ຄື ລາວມີຄົນໃໝ່ແລ້ວ). ຕອນສຸດທ້າຍທີ່ເຫັນໜ້າກັນຂ້ອຍຈື່ໄດ້ວ່າ: ເຄີຍພົບກັນຢູ່ຮ້ານອາຫານແຫ່ງໜຶ່ງທີ່ໃກ້ໆກັບເດີ່ນເຕະບານແຖວຫຼັກ 5 ເຊິ່ງຕອນນັ້ນ, ຂ້ອຍ ແລະ ທິມງານເລີກຈາກເຕະບານແລ້ວກໍ່ພາກັນນັ່ງສັງສັນເລັກນ້ອຍ ເນື່ອງຈາກວ່າເຮົາເປັນຄົນຕ່າງແຂວງ ກໍ່ມີຄວາມຈຳເປັນຕ້ອງໄດ້ໄປນຳໝູ່ເພື່ອທຳຄວາມຮູ້ຈັກກັນຫຼາຍຂຶ້ນ.

ໄລຍະນັ້ນ, ກິນເບຍກຳລັງມ່ວນ, ແຕ່ບັງເອີນສ່ຽວນັ່ງກິນເບຍຢູ່ທາງຂ້າງ ຊີ້ບອກໃຫ້ເບິ່ງຜູ້ສາວຄົນໜຶ່ງທີ່ຍ່າງເກາະແຂນກັບຜູ້ຊາຍກຳລັງຢ່າງຂຶ້ນມາໃນຮ້ານບ່ອນທີ່ນັ່ງ. ປາກົດວ່າເປັນແຟນຂອງຕົນເອງ; ຈາກນັ້ນ, ສ່ຽວຄົນນັ້ນກໍ່ຍ່າງເຂົ້າໄປທັກທາຍດົນເຕີບ ແລ້ວສ່ຽວກໍ່ຍ່າງມາບອກວ່າ: ຜູ້ຊາຍທີ່ມານຳກັນກັບແຟນຂ້ອຍນັ້ນ ແມ່ນແຟນໃໝ່ຂອງເຂົາເຈົ້າກຳລັງຄົບກັນຢູ່.

ແຟນຄົນນັ້ນ, ລາວຕັດສິນໃຈຍ່າງມາຫາຂ້ອຍ ແລ້ວຂໍເວລາລົມນຳໜ້ອຍໜຶ່ງວ່າຊັ້ນ, ຈາກການລົມກັນ 2 ຄົນຢູ່ດົນເຕີບ ໄດ້ຂໍ້ສະຫຼຸບວ່າ: “ເຮົາເລີກກັນເທາະ! ເພາະຂ້ອຍມີແຟນໃໝ່ແລ້ວ” ແລະ ອີກຢ່າງ ໜ້າຄືເຈົ້າຄົງບໍ່ຊິລ້ຽງຂ້ອຍບໍ່ໄດ້ດອກ. ອັນທີ່ເຈັບໃຈໄປກວ່ານັ້ນ, ລາວບອກວ່າ: ຂ້ອຍເປັນໄດ້ພຽງແຕ່ທາງຜ່ານຊື່ໆ ເພາະທີ່ຜ່ານມາລາວບໍ່ເຄີຍຮັກ ຂ້ອຍເລີຍ......

ຫົວອົກຂອງລູກຜູ້ຊາຍ 3 ສອກ ຖຶກຜູ້ຍິງບອກເລີກມັນແສນເຈັບປວດຫາຫຍັງປຽບບໍ່ໄດ້ ແລະ ເຮັດຫຍັງບໍ່ຖຶກເໝືອນກັບພະຍຸຖະຫຼົ່ມຢ່າງແຮງ, ຂ້ອຍຕັດສິນໃຈຍ່າງລົງຈາກຮ້ານເບຍພ້ອມກັບນໍ້າຕາທີ່ໄຫຼອາບແກ້ມ ແລະ ມືຈັບກະເປົ໋າຊຸດເຕະບານຍ່າງໄປຕາມທາງ, ຕັ້ງແຕ່ເດີ່ນເຕະບານແຖວຫຼັກ 5 (ຫໍປະຊຸມແຫ່ງຊາດ) ເມືອງໄຊທານີ ມຸ້ງໜ້າສູ່ບ້ານດົງປາແຫຼບ ເມືອງຈັນທະບູລີ ດ້ວຍໄລຍະທາງຫຼາຍກິໂລແມັດ, ສ່ວນລົດຈັກລືມປະໄວ້ຮ້ານເບຍ.

ໃນຕອນຄ່ຳຄືນຂອງມື້ນັ້ນ, ຂ້ອຍຍ່າງຕາມຟຸດບາດຄົນດຽວແຕ່ເດີ່ນເຕະບານແຖວຫຼັກ 5 ຈົນຮອດ 4 ແຍກໄຟແດງທາງເຂົ້າວິທະຍາໄລ ລາວ-ອາເມຣິກາ ພໍດີມີອ້າຍຮັກຄົນໜຶ່ງຂີ່ລົດຜ່ານມາ ລາວໄດ້ຈອດລົດລົງມາຖາມວ່າ: ເປັນຫຍັງຄືມາຢ່າງແຖວນີ້ ມັນເດິກແລ້ວຄືບໍ່ຂີ່ລົດເມືອ? ລົດນ້ອງເດຈອດຢູ່ໃສ? ນ້ອງບໍ່ສະບາຍບໍ? ເປັນຫຍັງຈຶ່ງໃຫ້? ມີຫຍັງໃຫ້ອ້າຍຊ່ວຍບໍ? ແລະ ຄຳຖາມອີກຫຼາຍຢ່າງທີ່ຂ້ອຍບໍ່ສາມາດຕອບໄດ້.... ຈາກນັ້ນລາວກໍ່ພາມາສົ່ງບ່ອນເຮືອນ.

ໃນລະຫວ່າງທີ່ນັ່ງລົດມານຳກັນ ລາວກໍ່ພໍເດົາອອກວ່າຂ້ອຍເປັນຫຍັງ? ລາວບອກວ່າ: “ອົກຫັກເປັນເລື່ອງທຳມະດາ, ແຕ່ເລື່ອງບໍ່ທຳມະດາ ແມ່ນບໍ່ມີເງິນ ກັບບໍ່ມີຄວາມຮູ້. ຈາກນັ້ນ ລາວກໍ່ຊວນໄປເຮັດວຽກນຳ ຫຼັງຈາກທີ່ຂ້ອຍເລີກຮຽນແລ້ວ.

ໃນປີດຽວກັນ ຂ້ອຍຕັດສິນໃຈຮຽນໜັງສືຢ່າງໜັກ ເຊິ່ງນັບແຕ່ 6 ໂມງເຊົ້າ ຫາ 12:00 ໂມງ ແມ່ນຮຽນຢູ່ສູນ ດາຕ້າດິຈິຕອລດີວາຍ ຫຼື (DDD), ເວລາ: 14:00-16:00 ໂມງ ຂ້ອຍຮຽນສ້ອມແປງຄອມພິວເຕີຢູ່ທີ່ຕະຫຼາດຫ້ວຍຫົງ, ເວລາ 17:30 ໂມງ ຫາ 20:30 ໂມງ ແມ່ນຮຽນຢູ່ສະຖາບັນເຕັກໂນໂລຊີວຽງຈັນ ແລະ ຫລັງຈາກນັ້ນ, ເວລາ 22:00 ໂມງ ຫາ 2ໂມງເຊົ້າຂອງມື້ຕໍ່ມາ ຂ້ອຍເຮັດວຽກພິມເອກະສານໃຫ້ອ້າຍຮັກຜູ້ທີ່ນັ່ງລົດມານຳກັນ.

ຂ້ອຍເຮັດວຽກໄປນຳຮຽນໜັງສືໄປນຳ ແລ້ວກໍ່ມີເງິນພໍດາວລົດຈັກມາຂີ່ເດືອນລະ 3 ແສນກີບ. ຈາກນັ້ນ, ຂ້ອຍກໍ່ໂຊກດີໄດ້ເຂົ້າເຮັດວຽກເປັນນັກຂ່າວຢູ່ໜັງສືພິມເສດຖະກິດ-ສັງຄົມ ເຫດຜົນທີ່ເຂົາຮັບຂ້ອຍເຂົ້າເຮັດວຽກນຳ ຍ້ອນວ່າຂ້ອຍພິມເອກກະສານທີ່ເປັນພາສາລາວ ແລະ ພາສາອັງກິດໄວກວ່າຄົນທົ່ວໄປ ສະເລ່ຍ 35-40 ຄຳ/ນາທີ.

ນັກເສດຖະສາດທ່ານໜຶ່ງໃຫ້ຄຳແນະນຳວ່າ: “ຄົນເຮົາເລືອກເກີດບໍ່ໄດ້, ແຕ່ສາມາດທີ່ຈະເລືອກທາງເດີນໄດ້” ຂ້ອຍເພີ່ມທະວີເຮັດວຽກ ແລະ ຮຽນຫຼາຍຂຶ້ນແບບບໍ່ມີມື້ພັກ ເພາະວ່າເຫຼືອໃຈກັບຜູ້ສາວເກົ່າທີ່ເຮັດໃຫ້ເຈັບປວດ. ສຸດທ້າຍຂ້ອຍກໍ່ຮຽນຈົບໄດ້ໃບປະລິນຍາມາຝາກແມ່ ພ້ອມກັບປະສົບການເຮັດວຽກອີກ 4 ປີ, ຕໍ່ມາກໍ່ໄດ້ຍ້າຍມາຢູ່ໜັງສືພິມເສດຖະກິດ-ການຄ້າ ແລະ ໄດ້ເປັນນັກຂ່າວດີເດັ່ນ 3 ປີຊ້ອນ (2013-2015), ປີ 2016 ໄດ້ຮັບຕຳແໜ່ງເປັນຮອງບັນນາທິການ ແລະ ກ່ອນປີໃໝ່ລາວ ປີ 2017 ຂ້ອຍໄດ້ຖຶກຄັກເລືອກໃຫ້ເປັນຫົວໜ້າພະແນກ ຈົນເຖິງປັດຈຸບັນ.

ເມື່ອເປັນແນວນີ້, ຜູ້ສາວເກົ່າທີ່ເຄີຍຖິ້ມເຮົາໃນຕອນນັ້ນກໍ່ຢາກກັບຄືນມາ ເພາະແຟນລາວທີ່ຄົບກັນຢູ່ໃນປັດຈຸບັນກໍ່ຖິ້ມລາວໄປມີຄົນໃໝ່ແລ້ວ. ສຸດທ້າຍ ແຟນເກົ່າຄົນນີ້ມາຂໍເປັນໝູ່ໃນເຟສບຸກ ແລະ ໂທມາຫາ... ຂ້ອຍໄດ້ບອກລາວອີກວ່າ: ສະໃໝແຕ່ກີ້ ຂ້ອຍກິນຕົ້ມໝີ່ ອາໃສຢູ່ຫ້ອງແຖວ ເຈົ້າຄືບໍ່ອີຕົນຂ້ອຍແດ່? ບາດຂ້ອຍມາເຖິງຈຸດນີ້ແລ້ວເຈົ້າຢາກກັບມາ ມັນບໍ່ທັນແລ້ວສາວເອີຍ!!!...

ຜູ້ສາວເກົ່າຄົນນີ້, ກ່າວຄຳຂໍໂທດຫຼາຍໆຄຳທີ່ເຄີຍເວົ້າໃຫ້ຂ້ອຍໃນຕອນນັ້ນ ແລະ ຢາກມີໂອກາດນັ່ງກິນເຂົ້ານຳຈັກຄັ້ງໄດ້ບໍ?!!! ຂ້ອຍຕອບວ່າ: ຂ້ອຍບໍ່ມີເວລາຫຼາຍພໍທີ່ຈະລົມນຳດອກ ເພາະຂ້ອຍໄດ້ເອົາເວລາທີ່ມີຢູ່ໃຫ້ຜູ້ໃໝ່ແລ້ວ!..... ລາວຍັງຂໍອີກວ່າ: ຂໍເວລາຈັກ 5 ນາທີກະໄດ້ ຖ້າຫາກມີໂອກາດໄດ້ພົບກັນ ລາວຈະກ່າວຄຳຂໍໂທດທຸກຄຳເວົ້າທີ່ເຄີຍເວົ້າໃຫ້ຂ້ອຍສະໃໝແຕ່ກີ້ ເພາະຕອນນີ້ລາວຮູ້ສຶກຜິດຫຼາຍທີ່ຫຼອກໃຫ້ຂ້ອຍຮັກ, ແຕ່ເມື່ອຂ້ອຍຮັກແລ້ວກໍ່ຈາກໄປ.....

ທີ່ຈິງແລ້ວ! ຂ້ອຍກະຢາກຂອບໃຈແຟນເກົ່າທີ່ບອກເລີກ ແລະ ເວົ້າໃສ່ຂ້ອຍໃນຕອນນັ້ນ ເພາະວ່າ ຖ້າຂ້ອຍຍັງຮັກກັບລາວຢູ່ຈົນເຖິງດຽວນີ້ ຂ້ອຍຄົງບໍ່ມີປັນຍາລ້ຽງລາວໄດ້ ຫຼື ຖ້າເຂົາຢູ່ນຳເຮົາຂ້ອຍອາດພາລາວກິນເກືອ ຫຼື ເຮັດນາຢູ່ແຖວດົງກະລືມ ກໍ່ເປັນໄດ້.

ກ່ອນວາງໂທລະສັບ ຂ້ອຍບອກລາວວ່າ: ຕອນນີ້ເຖິງວ່າຂ້ອຍຍັງບໍ່ທັນແຕ່ງງານກໍ່ຕາມ, ແຕ່ຂ້ອຍກະບໍ່ໄດ້ເດືອດຮ້ອນຫຍັງ? ຊິໄປທາງໃດກໍ່ສະບາຍ ຫຼື ຈະກັບເດິກກະບໍ່ມີໃຜວ່າ.......ຊ້ຳບໍ່ໜຳ ຍັງມີໂອກາດພົບປະຜູ້ຄົນຈຳນວນຫຼາຍ, ກາຍເປັນທີ່ຮູ້ຈັກໃນວົງການສື່ມວນຊົນ ແລະ ໄດ້ໄປທ່ຽວທົ່ວປະເທດຄົບ 18 ແຂວງໃນໄວອາຍຸ 28 ປີ ນຳອີກ. (ຈົບ)!!!





      ແອດມິນ ຫວັງວ່າ ໂພສ ຂອງນັກຂ່າວໜຸ່ມຄົນນີ້ຈະກາຍເປັນແຮງບັນດານໃຈໃຫ້ກັບໃຜທີ່ກຳລັງອົກຫັກ ຫຼື ເຄີຍຖືກຄົນຮັກຖິ້ມໄປ ຄວນເອົາບັນຫານັ້ນມາເປັນແຮງບັນດານໃຈ ແລະ ບຸກບືນຕົນເອງໃຫ້ໄດ້ດີກວ່າເກົ່າ ບໍ່ຄວນຄິດສັ້ນ ຫຼື ເສຍໃຈຊໍ້າຊາກ ເພາະຜູ້ຍິງ ແລະ ຜູ້ຊາຍບໍ່ໄດ້ມີຄົນດຽວໃນໂລກ.






ຂໍ້ມູນ ແລະ ຮູບພາບ ຈາກ ເຟສບຸກ Somsavine Vssp

ความคิดเห็น

โพสต์ยอดนิยมจากบล็อกนี้

ພະລັງຈາກສັງຄົມຊ່ວຍນ້ອງວົງສາ ຫຼ້າສຸດອາການເລີ່ມດີຂຶ້ນຕາມລໍາດັບ

ຮານໍ້າຕາແຕກ !! ສາວ ໂພສ ແຊຣ໌ ວິທີຕື່ມເງິນດ້ວຍບັດແບບບໍ່ຕ້ອງຂູດໃຫ້ເປື້ອນມື ແຕ່ສິ່ງທີ່ໄດ້ຮັບ...