บทความ

กำลังแสดงโพสต์จาก กันยายน, 2017

ແບບນີ້ກະໄດ້ຫວາ? ຈ້າງຄົນປໍ້າຍອດໄລ້ ເພື່ອຊະນະການຄັດເລືອກນາງແບບປະຕິທິນ

รูปภาพ
ແບບນີ້ກະໄດ້ຫວາ? ຈ້າງຄົນປໍ້າຍອດໄລ້ ເພື່ອຊະນະການຄັດເລືອກນາງແບບປະຕິທິນ  ໂອ້ຍວ້າຍຕາຍແລ້ວ...ເປັນກະແສທີ່ມາແຮງຫຼາຍໃນປັດຈຸບັນນີ້ກັບການຄົ້ນຫານາງແບບປະຕິທິນປີ 2018 ຂອງຮ້ານຄຳແຫ່ງໜຶ່ງ ທີ່ປ່ຽນຮູບແບບຈາກການປະກວດເທິງເວທີ ໃຫ້ສາວໆໄດ້ສົ່ງຮູບພາບ ແລະ ຄັດເລືອກກັນຜ່ານທາງ ເຟສບຸກ ແຟນເພຈ ຂອງຮ້ານ ເຊິ່ງຫຼັງຈາກທີ່ຜູ້ຈັດການປະກວດສາມາດຄັດເລືອກນາງສາວທີ່ເຂົ້າຮອບໄດ້ເປັນທີ່ຮຽບຮ້ອຍແລ້ວ ກໍ່ມີການຖ່າຍຮູບ ໂປຣໄຟລ໌ ພ້ອມໂພສລົງ ເຟສບຸກ ແຟນເພຈ ຂອງທາງຮ້ານເພື່ອໃຫ້ມວນຊົນໄດ້ຮ່ວມເປັນກຳມະການຕັດສິນ ໂດຍໃຜທີ່ມີຍອດກົດໄລ້ຫຼາຍກໍ່ຈະຖືກພິຈາລະນາເປັນພິເສດ ເພາະທາງຮ້ານເພິ່ນນັບຄະແນນຈາກຍອດກົດໄລ້ 60% ແລະ ອີກ 40% ເປັນຄະແນນຈາກຄະນະກຳມະການ ແຕ່ວ່າ ຖ້າທຸກຢ່າງເປັນໄປດ້ວຍຄວາມໂປ່ງໃສ ແນ່ນອນວ່າຈະບໍ່ເກີດກະແສ ດຣາມ່າ ແບບສະໜັ່ນ ໂຊຊຽວ ແນ່ນອນ ເພາະຕອນນີ້ ມີ 1 ໃນຜູ້ເຂົ້າຮອບທີ່ພະຍາຍາມປ້ຳຍອດໄລ້ຂອງຕົນ ເພື່ອໃຫ້ຊະນະການປະກວດ ໂດຍມີ ເຟສບຸກ ທີ່ໃຊ້ຊື່ວ່າ  Alina Philavong Haters ເນັດໄອເດົ້າ  ໄດ້ໂພສເຟສບຸກວ່າ: ຈັງໃດນໍບາດນິ ຖ້າຫາກເລື່ອງນີ້ ເປັນຄວາມຈິງທາງກອງປະກວດເພິ່ນຈະມີວິທີແກ້ໄຂແບບໃດ ເພາະການກະທຳແບບນີ້ເປັນການເອົາປຽບຜູ້ເຂົ້າປະກວດຄົນອື່ນ