บทความ

กำลังแสดงโพสต์จาก สิงหาคม, 2017

ວິທີເສີມດວງ ປະຈຳວັນເກີດແບບສຽດສີສັງຄົມຈາກ ອາຈານດັງບຶບ

รูปภาพ
ວິທີເສີມດວງ ປະຈຳວັນເກີດແບບສຽດສີສັງຄົມຈາກ ອາຈານດັງບຶບ ສາວ ປັອບປີ້ ມາສເຕີ ຈັດໃຫ້ສຳລັບໃຜທີ່ມັກຫວັງລວຍທາງລັດໂດຍອາໄສແຕ່ບຸນພາວາດສະໜາສົ່ງ ກັບ ວິທີເສີມດວງ ປະຈຳວັນເກີດແບບສຽດສີສັງຄົມຈາກ ອາຈານດັງບຶບ ເວລາໄດ້ອ່ານວິທີເສີມດວງແລ້ວບອກໄດ້ຄຳດຽວວ່າຈຸກກັບບາດ Cr. Poppy Master

ພະລັງຈາກສັງຄົມຊ່ວຍນ້ອງວົງສາ ຫຼ້າສຸດອາການເລີ່ມດີຂຶ້ນຕາມລໍາດັບ

รูปภาพ
ພະລັງຈາກສັງຄົມຊ່ວຍນ້ອງວົງສາ ເດັກນ້ອຍຖືກນໍ້າຮ້ອນລວກ ຫຼ້າສຸດອາການເລີ່ມດີຂຶ້ນຕາມລຳດັບ ອັບເດດຄວາມຄືບໜ້າອາການຫຼ້າສຸດຂອງນ້ອງວົງສາ ອາຍຸ 8 ເດືອນທີ່ຖືກນໍ້າຮ້ອນລວກໄດ້ຮັບບາດເຈັບສາຫັດ ເຊິ່ງເວລານັ້ນທາງຄອບຄົວທຸກຍາກບໍ່ມີເງິນປິ່ນປົວພຽງພໍ ເຮັດໃຫ້ບາດແຜຂອງເດັກຕິດເຊື້ອຮຸນແຮງ ໂອກາດລອດຊີວິດມີພຽງ 25% ແຕ່ຫຼັງຈາກທີ່ໄດ້ຮັບຄວາມຊ່ວຍເຫຼືອຈາກສາວໄກ່ ເຈົ້າຂອງ ເຟສບຸກ ຂ້ອຍຊື່ສາວໄກ່ ໃຈເຈົ້າຮູ້ດີ ທີ່ໄດ້ຮັບມາເບິ່ງແຍງ ແລະ ລະດົມທຶນຈາກພໍ່ແມ່ພີ່ນ້ອງທຸກໆຄົນຜ່ານທາງ ເຟສບຸກ ກ່ອນຈະໄດ້ຮັບເງິນຈຳນວນໜຶ່ງຈາກຜູ້ໃຈບຸນ ແລະ ໄດ້ນຳໂຕນ້ອງວົງສາ ໄປປິ່ນປົົວທີ່ປະເທດໄທ ອາການຫຼ້າສຸດດີຂຶ້ນເປັນລຳດັບ ສາມາດເຫັນຮອຍຍິ້ມຂອງນ້ອງ ແລະ ຄອບຄົວໄດ້ອີກຄັ້ງ ທີມງານ ຄາໃຈ ຂໍເປັນອີກໜຶ່ງກຳລັງໃຈໃຫ້ນ້ອງວົງສາຫາຍດີຈາກອາການດັ່ງກ່າວໂດຍໄວ ຂໍ້ມູນ ຈາກ ເຟສບຸກ ສາວໄກ່ ໃຈເຈົ້າຮູ້ດີ

ດັງຂ້າມຄືນ ເຈົ້າຂອງ ໂພສ ຄຳຂໍໂທດຈາກແຟນເກົ່າ

รูปภาพ
ດັງຂ້າມຄືນ ເຈົ້າຂອງ ໂພສ  ຄຳຂໍໂທດຈາກແຟນເກົ່າ        ຈາກກໍລະນີທີ່ມີ ຜູ້ໃຊ້ ເຟສບຸກ ຊື່  Somsavine Vssp  ໂພສຫົວຂໍ້ວ່າ "ຄຳຂໍໂທດຈາກແຟນເກົ່າ" ພ້ອມກັບເນື້ອໃນໃຈຄວາມທີ່ຂຽນໄວ້ຄ່ອນຂ້າງລະອຽດ ເຮັດໃຫ້ຫຼາຍຄົນທີ່ເຂົ້າໄປອ່ານຮູ້ສຶກມີແຮງບັນ ດານໃຈໃຫ້ກັບຕົນເອງພ້ອມທັງສະແດງຄວາມເຫັນອົກເຫັນໃຈ ແລະ ໃຫ້ກຳລັງໃຈໜຸ່ມຄົນນີ້ເປັນຈຳ ນວນຫຼາຍ ຈົນປັດຈຸບັນມີການ ກົດຖືກໃຈ ແລະ ສົ່ງຕໍ່ຂໍ້ມູນກັນຫຼາຍພັນຄັ້ງ ເຊິ່ງ ໂພສດັ່ງກ່າວ ໄດ້ຖືກ ໂພສ ໄວ້ ຕັ້ງແຕ່ວັນທີ 6 ສິງຫາທີ່ຜ່ານມາ ເນື້ອໃນຂຽນໄວ້ວ່າ:  " ຄຳຂໍໂທດຈາກແຟນເກົ່າ" .......................... .......................... .......................... ........................ ທ້າຍອາທິດຜ່ານມາ ກໍ່ຖຶກກັບໄລຍະຝົນຕົກໜັກເນື່ ອງຈາກພະຍຸຊົງກາເຂົ້າມາຢາມອີ ກຄັ້ງ, ສົ່ງຜົນໃຫ້ຄົນທັງຫຼາຍນອນຢ່າ ງເຕັມອີ່ມໃນວັນພັກຜ່ອນເສົາ- ອາທິດ. ສຳລັບຂ້ອຍເອງກໍ່ເຊັ່ນກັນກັບ ຫຼາຍຄົນທີ່ນອນແຊບຈົນບໍ່ຢາກຕ ື່ນເພາະອາກາດເປັນໃຈໝົດມື້ເລ ີຍ... ບັງເອີນໄດ້ຍິນສຽງໂທລະສັບດັ ງຂຶ້ນ ກໍ່ຈັບຂຶ້ນມາເບິ່ງເປັນເບີຕ ັ້ງໂຕະ 030 ທີ່ບໍ່ຄຸ້ນປານໃດ? ເມື່ອຮັບສາຍປາກົດວ່າເປັນສຳນ ຽງຂອງຜູ້ຍິງຄົນໜຶ່ງໂທມາທັກທ າຍສະບາຍດີ ຖາມເຖິງຄວາມທຸກ-ສຸກຕ່

ພິກລັອກ ! ຫວຍຂູດທີ່ອ້າງວ່າຖືກ 100 ລ້ານກີບ ແມ່ນປອມແປງແທ້

รูปภาพ
ຫວຍຂູດ ເປັນຜະລິດຕະພັນທີ່ບໍ່ສາມາດປອມແປງໄດ້        ຫວຍ​ຂູດ​ເປັນ​ຜະລິດ​ຕະ​ພັນໜຶ່ງ​ຂອງ​ບໍລິສັດ​ລັດ​ວິ​ສາ​ຫະ​ກິດຫວຍ​ພັດທະນາ ໂດຍ​ແມ່ນ​ບໍ​ລິສັດ ບົວ​ທິບ​ລາວ ຈຳກັດ ເປັນ​ຕົວແທນ​ຈຳໜ່າຍ​ພຽງ​ຜູ້​ດຽວ​ໃນ ​ສປປ ລາວ ເຊິ່ງ​ເປັນ​ຜະລິດ​ຕະພັນ​ເກມ​ຫຼິ້ນ​ຄ້າຍຄື​ການ​ຈົກ​ສະຫຼາກ ແລະ ໄດ້​ຮັບ​ການ​ສ້າງຕັ້ງເຄື່ອນ​ໄຫວ​ມາ​ແຕ່​ປີ 2003 ເພື່ອຕອບ​ສະໜອງ​ຄວາມ​ຮຽກຮ້ອງຕ້ອງການ​ຂອງ​ຜູ້​ມັກ​ສ່ຽງ​ໂຊກ-ຊີງ​ລາງວັນ ແຕ່​ເບື້ອງ​ຕົ້ນ​ຜະລິດຕະ​ພັນ​ດັ່ງກ່າວ​ບໍ່​ທັນ​ເປັນ​ທີ່​ນິ ຍົມຂອງ​ສັງຄົມ ເນື່ອງ​ຈາກ​ລາງວັນບໍ່​ຈູງ​ໃຈ ມາ​ຮອດ​ທ້າຍ​ປີ 2016 ຜະລິດ​ຕະ​ພັນ​ຫວຍ​ຂູດ​ໄດ້​ມີ​ການປັບ ປຸງ​ຮູບ​ແບບ​ເກມ​ຫຼິ້ນ ແລະ ກໍ່ໄດ້​ຮັບ​ການ​ຍອມຮັບ​ຈາກ​ສັງຄົມໃນ​ປັດຈຸບັນ ແລະ ມີ​ຜູ້​ໂຊກ​ດີ​ຈຳນວນ​ບໍ່​ໜ້ອຍ ​ທີ່​ໄດ້​ຮັບ​ເງິນ​ລາງວັນ​ຫວຍ​ຂູດ​ເລກ 2 ສາມາດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ​ໄດ້ໃນ​ລະດັບ​ໜຶ່ງ ທັງ​ເປັນ​ການ​ປະກອບ​ສ່ວນ​ລະດົມ​ທຶນ​ຈາກ​ສັງຄົມ ສ້າງ​ລາຍ​ຮັບ​ເຂົ້າ​ງົບປະມານຂອງ​ລັດ.          ທ່ານ​ນາງ ທອງ​ທິບ ພົມ​ມະຈັກ ປະທານ​ບໍລິສັດ ບົວ​ທິບ​ລາວ ຈຳກັດ  ໄດ້​ໃຫ້​ສຳພາດ​ວ່າ : ຫວຍ​ຂູດເປັນ​ຜະລິດ​ຕະ​ພັນ​ທີ່​ບໍ່​ສາມາດປອມ​ແປງ​ໄດ້ ເນື່ອງ​ຈາກ​ເປັນ​ຜະລິດ​ຕະ​ພັນ​ ທີ່​ຜະລ

ຊົມເຊີຍເຈົ້າໜ້າທີ່ ອະນາໄມເສດຫີນທີ່ລົດແກ່ດິນເຮັດເຮ່ຍຖິ້ມໄວ້

รูปภาพ
ລົດແກ່ດິນເຮັດເຮ່ຍ ແຕ່ເປັນ ເຈົ້າໜ້າທີ່ ແລະ ປະຊາຊົນໄດ້ອະນາໄມ ບັນຫາລົດແກ່ດິນ ແກ່ຫີນ  ເກີນຂະໜາດ ຫຼື ບໍ່ມີຜ້າປົກຄຸມທີ່ແລ່ນເຂົ້າມາໃນເສັ້ນທາງຕົວເມືອງ ແມ່ນເປັນບັນຫາຊໍາເຮື້ອທີ່ຍັງປາກົດມີໃຫ້ເຫັນໃນປັດຈຸບັນ ສ້າງຄວາມເປິເປື້ອນ ແລະ ບໍ່ສະອາດຈົບງາມໃຫ້ກັບຖະໜົນຫົນທາງ ຊໍ້າບໍ່ໜຳ ລົດບັນທຸກສ່ວນຫຼາຍພັດບໍ່ໄດ້ເອົາຫົວໃສ່ໃຈຊາຕໍ່ການກະທຳຂອງຕົນເອງ ຈົນກາຍເປັນພາລະຂອງສັງຄົມ ເຊິ່ງພາບທີ່ທ່ານກໍາລັງເຫັນຢູ່ໃນປັດຈຸບັນ ຄື ກອງຫີນຈຳນວນໜຶ່ງທີ່ຕົກເຮ່ຍມາຈາກລົດບັນທຸກ ເຊິ່ງເຈົ້າໜ້າທີ່ຕຳຫຼວດຈາລະຈອນ ແລະ ປະຊາຊົນບໍລິເວນນັ້ນຕ້ອງໄດ້ມາອະນາໄມເອົາເອງ ຂໍ້ມູນຈາກ  Bouppha Onemani

ເຈົ້າຂອງໂຕຈິງຍັງງົງ ເຄື່ອງປະດັບເຮືອນກາຍເປັນຂອງວິເສດໄດ້ແນວໃດ?

รูปภาพ
ເຈົ້າຂອງໂຕຈິງຍັງງົງ !!  ເຄື່ອງປະດັບເຮືອນທີ່ເສຍໄປ  ກາຍເປັນຂອງວິເສດທີ່ ຫຼວງພະບາງ ຈາກກໍລະນີ ທີ່ມີ ແຫຼ່ງຂ່າວໜຶ່ງໃນເຟສບຸກ ເຜີຍແຜ່ຂ່າວຄາວກໍລະນີມີຄົນພົບພະພຸດທະຮູບສາມອົງໃນເຮືອນ ໂດຍບໍ່ຮູ້ແຫຼ່ງທີ່ມາ ຫຼັງຈາກທີ່ປະຊາຊົນພົບເຫັນແສງປະຫຼາດລອຍມາແຕ່ເທິງຟ້າ ແລະ ຕົກໃສ່ເຮືອນດັ່ງກ່າວ ຈົນເປັນຂ່າວດັງ ເຮັດໃຫ້ປະຊາຊົນໃນເຂດນັ້ນພາກັນມາບູຊາເປັນຈໍານວນຫຼາຍ ຫຼ້າສຸດເຈົ້າຂອງງວງຊ້າງແກະສະຫຼັກ ໂຕຈິງ ໄດ້ອອກມາໂພສເຟສບຸກ ເຖິງກໍລະນີດັ່ງກ່າວແລ້ວ ແລະ ນີ້ຄື ງວງຊ້າງ ແກະສະຫຼັກອີກ 1 ອັນ ທີ່ຍັງຢູ່ເຮືອນຂອງເຈົ້າຂອງໂຕຈິງ ຂໍ້ມູນ ຈາກ Panya Phanthaphanith

ສາວໄກ່ ໃຈເຈົ້າຮູ້ດີ ນາງຟ້າເດີນດິນຂອງແທ້

รูปภาพ
ຂ້ອຍຊື່ສາວໄກ່ ໃຈເຈົ້າຮູ້ດີ ນັກສັງຄົມສົງເຄາະ ນາງຟ້າເດີນດິນຂອງແທ້ ຊ່ວຍເຫຼືອຄົນໂດຍບໍ່ຫຍັງຜົນຕອບແທນ        ໃນນາທີນີ້ ເກືອບຈະບໍ່ມີໃຜທີ່ບໍ່ຮູ້ຈັກ ສາວໄກ່ ຫຼື ທີ່ຮູ້ຈັກກັນໃນນາມ "ຂ້ອຍຊື່ສາວໄກ່ ໃຈເຈົ້າຮູ້ດີ" ບຸກຄົນທີ່ເປັນນາງຟ້າຂອງຜູ້ປ່ວຍທຸກຍາກ ແລະ ບໍ່ມີທີ່ເພິ່ງ, ສາວໄກ່ ເຮັດວຽກໃນການຊ່ວຍເຫຼືອສັງ ຄົມ ແບບບໍ່ຫວັງຜົນຕອບແທນ ທັງໄປເໜືອລົງໃຕ້ ໂດຍບໍ່ຫວັ່ນ ຫຼື ຢ້ານກົວຕໍ່ອຸປະສັກໃດໆ ເຊິ່ງ ແອດມິນຂໍຂະໜາມນາມໃຫ້ສາວຫຸ່ນອວບຄົນນີ້ເປັນນາງຟ້າເດີນດິນຂອງແທ້

ຜົນການສອບສວນໄຟໄຫມ້ສູນການຄ້າສາກົນຊັ່ງຈຽງ

รูปภาพ
ຜົນການສືບສວນໄຟໄຫມ້ສູນການຄ້າສາກົນຊັ່ງຈຽງຄືບໜ້າສູງ ຄາດເກີດຈາກໄຟຟ້າລັດວົງຈອນ           ວັນທີ 1 ສິງຫານິ້ ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ການສືບສວນ-ສອບສວນເຫດໄຟໄຫມ້ສູນການຄ້າສາກົນຊັ່ງຈຽງ ທີ່ເກີດຂຶ້ນເມື່ອວັນທີ 14 ກໍລະກົດ ຜ່ານມາ   ມີຄວາມຄືບໜ້າກວ່າ 80% ຫຼັງຈາກທີ່ໄດ້ເກັບກຳຂໍ້ມູນຫຼັກຖານ, ຂໍ້ມູນຈາກກ້ອງວົງຈອນປິດຢູ່ຈຸດເກີດເຫດ ແລະ ການສອບສວນບຸກຄົນທີ່ຢູ່ໃນເຫດການ ຄາດວ່າ ຈະແມ່ນໄຟຟ້າລັດວົງຈອນ ເຊິ່ງປັດຈຸບັນພວມສະຫຼຸບສຳນວນຄະດີ ແລະ ກຽມຖະແຫຼງຂ່າວໃຫ້ມວນຊົນໄດ້ຮັບຊາບ ຂໍ້ມູນ ຈາກ ໜັງສືພິມ ລາວພັດທະນາ

ອາດປ່ຽນມື້ຈັດງານບຸນຊ່ວງເຮືອທ່າວັດຈັນ

รูปภาพ
ເມືອງຈັນທະບູລີ ສະເໜີໃຫ້ພິຈາລະນາ ປ່ຽນມື້ຈັດງານບຸນຊ່ວງເຮືອທ່າວັດຈັນ         ອໍານາດ​ການ​ປົກຄອງ ​ເມືອງຈັນທະ​ບູລີ ຊີ້​ແຈງ​​ວ່າ: ການປ່ຽນເວລາ ຈັດງານບຸນຊ່ວງເຮືອປະເພນີ ຢູ່ຫາດດອນຈັນ ຍັງບໍ່ມີຄວາມຊັດເຈນ ປັດຈຸບັນ​ນີ້ ໄດ້​ສະ​ເໜີ ​ເຖິງ​ຫ້ອງ​ວ່າການ​ນະຄອນຫລວງວຽງ​ຈັນ ​ເພື່ອ​ພິຈາລະນາ ​ແລະ ກຳນົດ​ວັນ​ເວລາ ທີ່​ແທ້ຈິງ ​ແຕ່ຍັງ​ບໍ່​ທັນ​ໄດ້​ຄຳ​ຕອບ ຫລື ຂໍ້​ຕົກລົງທີ່​ຈະ​ໃຫ້ປ່ຽນ​ມື້​ຈັດ​ງານ​ບຸນ​ດັ່ງກ່າວ.         ຫ້ອງການຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ເມືອງຈັນທະ​ບູລີ ​ໄດ້​ເປີດ​ເຜີຍ​ວ່າ: ການຈັດງານບຸນຊ່ວງເຮືອປະເພນີ ຢູ່ທ່າວັດຈັນ ນະຄອນຫລວງວຽງຈັນ ປະຈໍາປີ 2017 ນີ້ອາດຍ້າຍມາຈັດໃສ່ ໃນວັນເພັງເດືອນສິບ ຫລື ວັນບຸນຫໍ່ເຂົ້າສະຫລາກ ກົງກັບວັນອັງຄານ 5 ກັນຍາ 2017 ຈາກທີ່ເຄີຍປະຕິບັດ ຈັດພາຍຫລັງບຸນອອກພັນສາ ໃນມື້ແຮມຄໍ່າໜຶ່ງ ເດືອນສີບເອັດລາວ ເຖິງຢ່າງກໍຕາມ ຫ້ອງການ ຖວທ ຍັງລໍຖ້າຟັງ​ການ​ພິຈາລະນາ ແລະ ຄໍາ​ເຫັນ​ຕົວ​ຈິງ​ຈາກ​ຂັ້ນ​ເທີ​ງ ວ່າ​​ເພີ່ນ​ຈະ​ອະນຸຍາດ​ໃຫ້​ປ່ຽນ​ມື້ ຫລື ບໍ່ ພາຍຫລັງ​ສະ​ເໜີ.         ສ່ວນສາເຫດ ກໍ​ເນື່ອງ​ຈາກວ່າ ​ໃນ​ທຸກໆ​ປີ ​ເມື່ອ​ເຖິງ​ເວລາ​ບຸນ​ອອກ​ພັນ​ສາ​ປະ​ວໍລະນາ ຢູ່​ແຄມ​ທ່າ​ວັດ​ຈັນ ​ແມ່ນນ້ຳ​ບົກ​ແຫ້ງ, ບໍ

ຄາດທ້າຍເດືອນສິງຫານີ້ຮູ້ຜົນສອບເສັງເຂົ້າ ມຊ

รูปภาพ
ຄາດທ້າຍເດືອນສິງຫານີ້ຮູ້ຜົນສອບເສັງເຂົ້າ ມຊ         ທ່ານ ຄຳຜົງ ນາມມະວົງສັກ ຫົວໜ້າຫ້ອງການວິຊາການມະຫາວິທະຍາໄລແຫ່ງຊາດ ໃຫ້ຮູ້ວ່າ: ພາຍຫລັງມະຫາວິທະຍາໄລແຫ່ງຊາດໄດ້ຈັດການສອບເສັງຂຶ້ນໃນວັນທີ 25 ກໍລະ ກົດຜ່ານມາ, ເຫັນວ່າມີຄວາມເປັນລະບຽບຮຽບຮ້ອຍດີ, ໂດຍສະເພາະບັນດານັກສຶກສາໄດ້ໃຫ້ຄວາມຮ່ວມມືໃນການປະຕິບັດລະບຽບການສອບເສັງຢ່າງເຂັ້ມງວດ ແລະ ຄະນະກຳມະ ການທຸກທ່ານກໍໄດ້ເຂັ້ມງວດໃນການປະຕິບັດໜ້າທີ່ຂອງຕົນ ແນໃສ່ເຮັດໃຫ້ມີຄວາມໂປ່ງໃສ ແລະ ຍຸຕິທຳ, ຂະນະທີ່ຜົນສອບເສັງຄາດວ່າອີກປະມານ 1 ເດືອນຈະຮູ້ຜົນ       ການສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດສົກນີ້ມີນັກສອບເສັງກວ່າ 18 ພັນຄົນ ແລະ ໄດ້ຈັດສອບຢູ່ 20 ຈຸດ     ສໍາລັບການກວດຄະແນນ ແລະ ກວດຂໍ້ສອບ, ແມ່ນໄດ້ໃຊ້ມາດຖານສາກົນຄືນຳໃຊ້ລະບົບຄອມພິວເຕີ, ເຮັດໃຫ້ມີຄວາມວ່ອງໄວ ແລະ ໂປ່ງໃສທີ່ສຸດ, ສ່ວນຜົນການສອບເສັງແມ່ນໄດ້ຜ່ານການກວດກາຂອງຄະນະກຳມະການສອບເສັງລະດັບຊາດ, ໂດຍຈັດລຽງຄະ ແນນແຕ່ສູງຫາຕ່ຳ ຕາມເກນມາດຕະຖານຄະແນນທີ່ກຳນົດໃນລາຍວິຊາ, ເຊິ່ງພາຍຫລັງກວດກາລາຍຊື່, ຄະແນນທີ່ຖືກຕ້ອງ ແລະ ຜ່ານການຮັບຮອງຜົນສອບເສັງຈາກກະຊວງສຶກສາທິການ ແລະ ກິລາ ພາຍໃນ 15 ວັນ, ຜູ້ຖືກຄັດເລືອກແມ່ນໃຫ້ມາລົງທະບຽນພາຍ ໃນ 30 ວັນ, ຖ້າກາຍກຳນົດແມ່ນສະຫລະສິດ ແລ