บทความ

กำลังแสดงโพสต์จาก กรกฎาคม, 2017

ສາວນົກ The wow laos ຮ່ວມຮ້ອງເພງກັບສິລະປິນຈາກປະເທດເພື່ອນບ້ານ ແຕ່ສິ່ງທີ່ຫຼາຍຄົນຂ້ອງໃຈຄື?

รูปภาพ
ສາວນົກ THE WOW LAOS ຮ່ວມຮ້ອງເພງກັບສິລະປິນຈາກປະເທດເພື່ອນບ້ານ ແຕ່ສິ່ງທີ່ຫຼາຍຄົນຂ້ອງໃຈຄື? ເປັນອີກບາດກ້າວໜຶ່ງ ຂອງ ສາວນົກ The Wow Laos ທີ່ໃນຄັ້ງນີ້ ໄດ້ມີໂອກາດໄປຮ່ວມຮ້ອງເພງກັບສິລະປິນປະເທດເພື່ອນບ້ານ ທີ່ມີຊື່ວ່າ ລັອດເຕ້ ກັບຜົນງານເພງທີ່ມີຊື່ວ່າ " ມີແຟນຍັງ " ເຊິ່ງຜົນງານເພງນີ້ ເປັນເພງທີ່ເຊື່ອມສຳພັນມິດຕະພາບລະຫວ່າງ ໄທ-ລາວ ອີກໜຶ່ງເພງກໍ່ວ່າໄດ້ ແຕ່ສິ່ງທີ່ຫຼາຍຄົນຄາໃຈຄື ມີວັກໜຶ່ງໃນເພງທີ່ສາວນົກຮ້ອງວ່າ " ເປັນຫຍັງເຈົ້າໜ້າຮັກຈັງ " ເຊິ່ງມີຫຼາຍຄົນຕັ້ງຂໍ້ສົນໃຈວ່າເປັນຄໍາສັບຊອດກະຈາ, ຄຳວ່າໜ້າຮັກຈັງ ໝາຍຄວາມວ່າແນວໃດ? ໜ້າຮັກຈົນເໜັງບໍ່ໄດ້? ຫຼື ແປວ່າຫຍັງ? ເພາະໃນຄວາມຈິງແລ້ວ ຄຳວ່າ ຈັງ ໃນພາສາລາວແປວ່າ ເໜັງຕີງບໍ່ໄດ້  "ພາສາບອກຊາດ ມາລະຍາດບອກຕະກູນ" ຄຳສຸພາສິດນີ້ ຍັງສາມາດໃຊ້ໄດ້ ດັ່ງນັ້ນ ເຮົາເປັນຄົນລາວ ມີພາສາ ແລະ ມີວັດທະນະທໍາເປັນຂອງຕົນເອງ ຄວນສົ່ງເສີມ ແລະ ອະນຸຮັກໄວ້ ໃຫ້ລູກຫຼານຮຸ່ນຕໍ່ໄປໄດ້ສືບທອດ.

ເບິິ່ງດວງປະຈໍາວັນທີ 29 ກໍລະກົດ 2017

รูปภาพ
ເບິິ່ງດວງປະຈໍາວັນທີ 29 ກໍລະກົດ 2017  ສໍາລັບຄົນເກີດແຕ່ລະວັນ
รูปภาพ
ມະຫາກາບຫວຍຂູດ ! ຂອງແທ້ ຫຼື ປອມ ? ບັນຫາທີ່ສັງຄົມຄາໃຈ  ! ຮຽກຮ້ອງພາກສ່ວນກ່ຽວຂ້ອງອອກມາຊີ້ແຈງຢ່າງຮີບດ່ວນ ສະພາບໃບຫວຍຂູດລາງວັນໄດ້ 100.000.000 ກີບ ທີ່ຖືກລະບຸວ່າເປັນຂອງປອມ ສະບາຍດີເພື່ອນຜູ້ອ່ານໃນໄລຍະນີ້ຖືເປັນກະແສມາແຮງຫຼາຍສຳລັບກໍລະນີຫວຍຂູດ ທີ່ມີກັນເຕັມບ້ານເຕັມເມືອງ ຂູດກັນຕັ້ງແຕ່ເດັກນ້ອຍປະຖົມ ຈົນຮອດພະນັກງານລັດຖະກອນ ເຊິ່ງໃນໄລຍະຜ່ານມາກໍ່ມີສັງຄົມອອກມາສະແດງຄຳຄິດເຫັນວ່າ ການອະນຸຍາດໃຫ້ມີຫວຍຂູດອອກມາເໝາະສົມແລ້ວບໍ່ ເພາະເບິ່ງແລ້ວມີລັກສະນະເບື່ອເມົາສັງຄົມ ເຮັດໃຫ້ຫຼາຍຄົນຫຼິ້ນຈົນກາຍເປັນການພະນັນໄປໃນໂຕກໍ່ມີ, ແຕ່ເຖິງຢ່າງໃດກໍ່ຕາມ ກໍ່ຍັງບໍ່ເຫັນວ່າມີພາກສ່ວນໃດອອກມາສະແດງຄຳຄິດເຫັນ ຫຼື ໃຫ້ທັດສະນະຄະຕິ ຕໍ່ກັບບັນຫາດັ່ງກ່າວນີ້ແຕ່ຢ່າງໃດ. ຫຼ້າສຸດກໍ່ເກີດມີກະແສວິພາກວິຈານກັນຢ່າງກວ້າງຂວາງໃນສື່ອອນໄລນ໌ ຫຼັງຈາກທີ່ມີການ ໂພສຮູບພາບລົງພ້ອມຄຳອະທິບາຍລັກສະນະວ່າ ຂູດຫວຍໄດ້ 100.000.000 ກີບ ແຕ່ເມື່ອໄປເອົາເງິນນຳບໍລິສັດ ພົບວ່າໃບຫວຍນັ້ນເປັນຂອງປອມ ມີການປອມແປງ ຫຼື ຕັດແປະ ສ້າງສຽງວິພາກວິຈານໃນສັງຄົມຢ່າງກວ້າງຂວາງ ໄປເບິ່ງລຳດັບເຫດການນຳກັນ: ຂະນະດຽວກັນກໍ່ມີ ຜູ້ໃຊ້ເຟສບຸກຊື່ວ່າ  Jing Savady  ເຊິ່ງຄາດວ່າເປັນຕົວແທນຈຳໜ່າຍຫວຍຂູດສາຂ
รูปภาพ
ສາວໂພສ ຂໍຄວາມຄິດເຫັນ ຕຳຫຼວດສົມຄວນເວົ້າແບບນີ້ກັບປະຊາຊົນບໍ່? ຖືເປັນອີກໜຶ່ງກໍລະນີສຶກສາ ສຳລັບຜູ້ທີ່ນຳໃຊ້ສື່ອອນໄລນ໌ປະເພດຕ່າງໆ ໂດຍສະເພາະແມ່ນ ເຟສບຸກ ເຊິ່ງເປັນສື່ທີ່ມີຄວາມໄວ ແລະ ກວ້າງຂວາງ ຫຼັງຈາກທີ່ມີຜູ້ໃຊ້ເຟສບຸກຊື່ Noknoy Sivilai ໂພສເລົ່າເຫດການທີ່ຕົນເອງພົບ ຂະນະທີ່ເດີນທາງໄປສົ່ງລູກທີ່ໂຮງຮຽນ ພ້ອມເລົ່າເຫດການທີ່ເກີດຂຶ້ນ ກ່ອນຈະຕັ້ງຄຳຖາມປິດທ້າຍວ່າ ຕຳຫຼວດສົມຄວນເວົ້າແບບນີ້ນຳປະຊາຊົນບໍ່? ງານນີ້ມີຫຼາຍຄົນອອກມາສະແດງຄຳຄິດເຫັນກັນເຕັມ ຈະເປັນແນວໃດໄປເບິ່ງນຳກັນ ນີ້ກໍ່ຄືຄຳຄິດເຫັນບາງສ່ວນທີ່ເຂົ້າມາສະແດງຄຳຄິດເຫັນ ທີ່ລ້ວນແຕ່ໃຫ້ກຳລັງໃຈເຈົ້າໜ້າທີ່ຕຳຫຼວດທີ່ປະຕິບັດຕາມໜ້າທີ່ຂອງເພິ່ນ ພ້ອມກ່າວຕຳໜິເຈົ້າຂອງ ໂພສ ທີ່ບໍ່ປະຕິບັດຕາມກົດລະບຽບ ແລະ ບໍ່ມີນໍ້າໃຈໃນການສັນຈອນ ເຊິ່ງເຂົ້າກັບຄຳສຸພາສິດທີ່ວ່າ: "ຢາກຂ້າເພິ່ນ ໂຕຕາຍ" ຂະນະດຽວກັນກໍ່ມີບາງຈຳນວນທີ່ສະເໜີ ຢາກໃຫ້ເຈົ້າໜ້າທີ່ກ່າວຕັກເຕືອນໃນລັກສະນະທີ່ສ້າງສັນໂດຍບໍ່ໃຊ້ອາລົມຮຸນແຮງກັບປະຊາຊົນ.. ສຳລັບ ແອດມິນ ຄິດວ່າ ຕຳຫຼວດ ກັບ ປະຊາຊົນ ປຽບຄືກັນກັບ ແຂ້ວ ແລະ ລີ້ນ ທີ່ມັກຈະກະທົບກະແທກກັນເລື້ອຍໆ ແຕ່ກໍ່ບໍ່ສາມາດແຍກຂາດອອກຈາກກັນໄດ້ ສະນັ້ນ ທຸກຄົນຄວນເປັນເຈົ້າການໃນການປະຕິ

ແຈ້ງເຕືອນໄພ ພະຍຸ ຊົງກາ 25-27 ກໍລະກົດ 2017

รูปภาพ
ແຈ້ງເຕືອນໄພ ພະຍຸ ຊົງກາ 25-27 ກໍລະກົດ 2017 ກົມອຸຕຸນິຍົມ ແລະ ອຸທົກກະສາດອອກແຈ້ງເຕືອນປະຊາຊົນໃຫ້ລະມັດລະວັງ ພະຍຸຝົນຟ້າຄະນອງ, ດິນເຈື່ອນ, ນໍ້າຖ້ວມກະທັນຫັນ ຈາກອິດທິພົນຂອງພະຍຸໝຸນເຂດຮ້ອນ ຊົງກາ ທີ່ຈະພັດຜ່ານ ສປປ ລາວ ລະຫວ່າງ ວັນທີ 25-27 ກໍລະກົດ 2017 ນີ້, ພື້ນທີ່ຈະໄດ້ຮັບຜົນກະທົບຈາກອິດທິພົນຂອງພະຍຸ ປະກອບມີ ບໍລິຄຳໄຊ ຄຳມ່ວນ ສະຫວັນນະເຂດ ຫຼວງພະບາງ ໄຊຍະບູລີ ຊຽງຂວາງ ໄຊສົມບູນ ສາລະວັນ ຈຳປາສັກ ເຊກອງ ອັດຕະປື ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ  ຂອບໃຈຂໍ້ມູນ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ພາບຈາກ NASA

ຮານໍ້າຕາແຕກ !! ສາວ ໂພສ ແຊຣ໌ ວິທີຕື່ມເງິນດ້ວຍບັດແບບບໍ່ຕ້ອງຂູດໃຫ້ເປື້ອນມື ແຕ່ສິ່ງທີ່ໄດ້ຮັບ...

รูปภาพ
ຮານໍ້າຕາແຕກ !! ສາວ ໂພສ ແຊຣ໌ ວິທີຕື່ມເງິນດ້ວຍບັດແບບບໍ່ຕ້ອງຂູດໃຫ້ເປື້ອນມື ແຕ່ສິ່ງທີ່ໄດ້ຮັບ... ຖືເປັນອີກໜຶ່ງກະແສທີ່ມາແຮງໃນໄລຍະນີ້ ເຊິ່ງ ໂລກອອນໄລນ໌ ພາກັນ ແຊຣ໌ ວິທີ ຕື່ມບັດແບບບໍ່ຕ້ອງໄປຂູດໃຫ້ເສຍເວລາ ແລະ ເປື້ອນມື ເມື່ອ ເຟສບຸກ ທີ່ໃຊ້ຊື່ວ່າ  E'PPocky Khanthavongxai  ໄດ້ເຜີຍວິທີຕື່ມເງິນແບບບໍ່ຕ້ອງຂູດ ແລະ ເປື້ອນມື ໂດຍບອກວ່າ: " ວິທີແກ້ໄຂບັດເຕີມເງິນຂູດຍາກ ລອງເອົາວິທີນີ້ໄປໃຊ້ເດີ ປ໋ອກເຮັດແບບນີ້ຕະຫຼອດ ງ່າຍໆ ແຖມເລັບມືບໍ່ດຳອີກ  😅   # LTC   # ລາວໂທລະຄົມ # Laotelecom " ງານນີ້ ຫຼັງຈາກທີ່ ແອດມິນ ເຫັນຄັ້ງທຳອິດກໍ່ຄິດວ່າຈະໄປຊື້ບັດຕື່ມເງິນມາລອງເຮັດເບິ່ງ ເພາະເປັນວິທີຄັກດີບໍ່ເຄີຍເຫັນຈັກເທື່ອ ແຕ່ພໍໄດ້ອ່ານຄອມເມັ້ນ ປາກົດວ່າມີຫຼາຍຄົນທີ່ລອງເຮັດຕາມເຈົ້າຂອງໂພສ ຜົນອອກມາຈະເປັນແນວໃດ ໄປເບິ່ງນຳກັນເລີຍ ສິ່ງທີ່ຄິດ ຄວາມເປັນຈິງ ເປັນແນວໃດກັບວິທີ ຕື່ມເງິນແບບໃໝ່ ທີ່ ບໍ່ຕ້ອງຂູດ ແລະ ເປື້ອນມື ສຳລັບໃຜທີ່ຢາກຈະລອງເອົາໄປໃຊ້ ແອດມິນ ກໍ່ບໍ່ວ່າກັນເດີ້ ແຕ່ບໍ່ຮັບປະກັນຄວາມສ່ຽງໃດ໋... ສະນັ້ນ ຖ້າຫາກເຮົາບໍ່ໝັ້ນໃຈກໍ່ບໍ່ຟ້າວລອງເທື່ອ ດຽວມັນຊິເສຍຂອງ ແຕ່ຫາກໃຜກ້າສ່ຽງກ

ບໍ່ໄດ້ມີດີພຽງແຕ່ຄວາມງາມ !! ຟ້າໃສ ຈິນນາລີ ນໍລະສິງ ມິສ ແກຣນ ລາວ ຄົນທຳອິດ ເຂົ້າຮັບໃບຍ້ອງຍໍນັກຮຽນເກັ່ງຈົບຊັ້ນມໍ 7

รูปภาพ
ບໍ່ໄດ້ມີດີພຽງແຕ່ຄວາມງາມ !! ຟ້າໃສ ຈິນນາລີ ນໍລະສິງ ມິສ ແກຣນ ລາວ ຄົນທຳອິດ ເຂົ້າຮັບໃບຍ້ອງຍໍນັກຮຽນເກັ່ງຈົບຊັ້ນມໍ 7 ທັງງາມ ທັງເກັ່ງ ສຳລັບ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ມິສ ແກຣນ ລາວ 2017 ທີ່ຫາກໍ່ໄດ້ຮັບຕຳແໜ່ງໄປໃໝ່ໆໝາດໆ ເມື່ອວັນທີ 15 ກໍລະກົດ ທີ່ຜ່ານມາ ເພາະໃນຕອນເຊົ້າຂອງວັນເສົາ 22 ກໍລະກົດ ນີ້ ນ້ອງຟ້າໃສໄດ້ເຂົ້າຮັບໃບຍ້ອງຍໍນັກຮຽນເກັ່ງ ໃນພິທີສະຫຼຸບການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ມໍ 4 ແລະ ມັດທະຍົມສຶກສາຕອນປາຍ ມໍ 7 ສົກຮຽນ 2016-2017 ທີ່ ສູນການຄ້າ ລາວ-ໄອເຕັກ ໂດຍນ້ອງຟ້າໃສສາມາດສອບເສັງໄດ້ຄະແນນ 7 ຂຶ້ນໄປທຸກວິຊາ ຈາກ ໂຮງຮຽນ ມສ ກຽດຕິສັກ ນາໆຊາດ ຫຼື KIS ງານຜິວສີແທນກະມາ ຢ່າລືມຮ່ວມໃຫ້ກຳລັງໃຈ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ທີ່ຈະເຂົ້າປະກວດໃນເວທີລະດັບສາກົນ ມິສ ແກຣນ ອິນເຕີເນຊັນແນລ 2017 ເຊິ່ງຈະຈັດຂຶ້ນໃນວັນທີ 25 ຕຸລາ 2017 ນີ້ ຢູ່ທີ່ ປະເທດ ຫວຽດນາມ. ຂອບໃຈຮູບພາບຈາກ Facebook Chinnaly Fasai & Miss Grand Laos

ມາໄກສຸດໆ !! ສາວວາດ ວາດສະໜາ ແກ້ວມະນີວົງ ເບິ່ງຈົນບໍ່ອອກວ່າແມ່ນຄົນໆດຽວກັນ

รูปภาพ
ມາໄກສຸດໆ !! ສາວວາດ ວາດສະໜາ ແກ້ວມະນີວົງ ເບິ່ງຈົນບໍ່ອອກວ່າແມ່ນຄົນໆດຽວກັນ   ບອກໄດ້ເລີຍວ່ານາທີນີ້ ເກືອບຈະບໍ່ມີໃຜທີ່ບໍ່ຮູ້ຈັກ ສາວ ວາດ ຫຼື ວາດສະໜາ ແກ້ວມະນີວົງ ພິທີກອນ ແລະ ໂຄສົກວິທະຍຸ ທີ່ນັບມື້ນັບງາມຂຶ້ນຜິດຫູຜິດຕາ ຈົນຫຼາຍຄົນອົດສົງໄສບໍ່ໄດ້ວ່າ ສາວວາດ ໄປເຮັດຫຍັງມາແນ່ ແລະ ຫຼ້າສຸດ ຫຼາຍຄົນອາດຈະເຊົາຂ້ອງໃຈກັນແລ້ວ ເພາະສາວວາດໄດ້ເປີດເຜີຍຮູບເກົ່າຂອງຕົນ ສະໄໝເປັນນັກຮຽນມັດທະຍົມອອກມາໃຫ້ແຟນຄັບໄດ້ເຫັນ ເຮັດໃຫ້ທຸກຄົນຕ້ອງຕົກຕະລຶງໄປຕາມໆກັນ ແລະ ບອກໄດ້ເລີຍວ່າມາໄກອີ່ຫຼີ !!                                                 ສາວວາດສະໄໝຮຽນມັດທະຍົມ ໜ້າຮັກໄປອີກແບບ                                                                          ພິທີກອນໂທລະພາບ ໂຄສົກວິທະຍຸ ງານດີເຈກະມີ ງານ MC ກະມາ ຫຸ່ນດີສຸດໆ ເປັນແນວໃດກັບຄວາມງາມທີ່ມາໄກສຸດໆຂອງສາວວາດ ແອັດມິນວ່າຄວາມຈິງແລ້ວການສັນຍະກຳກໍ່ບໍ່ແມ່ນເລື່ອງຜິດ ຖ້າຫາກເຮົາຄິດວ່າເຮັດແລ້ວເພີ່ມຄວາມໝັ້ນໃຈໃນການໃຊ້ຊີວິດ ແລະ ບໍ່ເດືອດຮ້ອນເລື່ອງຄ່າໃຊ້ຈ່າຍ ແຕ່ຖ້າຢູ່ໃນໄວຮຽນ ແອດມິນ ຄິດວ່າບໍ່ຕ້ອງຟ້າວຟັ່ງ ເອົາເວລາມາຕັ້ງໃຈຮຽນດີກວ່າ ຮຽນຈ