ຮານໍ້າຕາແຕກ !! ສາວ ໂພສ ແຊຣ໌ ວິທີຕື່ມເງິນດ້ວຍບັດແບບບໍ່ຕ້ອງຂູດໃຫ້ເປື້ອນມື ແຕ່ສິ່ງທີ່ໄດ້ຮັບ...

ຮານໍ້າຕາແຕກ !! ສາວ ໂພສ ແຊຣ໌ ວິທີຕື່ມເງິນດ້ວຍບັດແບບບໍ່ຕ້ອງຂູດໃຫ້ເປື້ອນມື ແຕ່ສິ່ງທີ່ໄດ້ຮັບ...


ຖືເປັນອີກໜຶ່ງກະແສທີ່ມາແຮງໃນໄລຍະນີ້ ເຊິ່ງ ໂລກອອນໄລນ໌ ພາກັນ ແຊຣ໌ ວິທີ ຕື່ມບັດແບບບໍ່ຕ້ອງໄປຂູດໃຫ້ເສຍເວລາ ແລະ ເປື້ອນມື ເມື່ອ ເຟສບຸກ ທີ່ໃຊ້ຊື່ວ່າ E'PPocky Khanthavongxai ໄດ້ເຜີຍວິທີຕື່ມເງິນແບບບໍ່ຕ້ອງຂູດ ແລະ ເປື້ອນມື ໂດຍບອກວ່າ: "ວິທີແກ້ໄຂບັດເຕີມເງິນຂູດຍາກ ລອງເອົາວິທີນີ້ໄປໃຊ້ເດີ ປ໋ອກເຮັດແບບນີ້ຕະຫຼອດ ງ່າຍໆ ແຖມເລັບມືບໍ່ດຳອີກ 😅 #LTC #ລາວໂທລະຄົມ#Laotelecom" ງານນີ້ ຫຼັງຈາກທີ່ ແອດມິນ ເຫັນຄັ້ງທຳອິດກໍ່ຄິດວ່າຈະໄປຊື້ບັດຕື່ມເງິນມາລອງເຮັດເບິ່ງ ເພາະເປັນວິທີຄັກດີບໍ່ເຄີຍເຫັນຈັກເທື່ອ ແຕ່ພໍໄດ້ອ່ານຄອມເມັ້ນ ປາກົດວ່າມີຫຼາຍຄົນທີ່ລອງເຮັດຕາມເຈົ້າຂອງໂພສ ຜົນອອກມາຈະເປັນແນວໃດ ໄປເບິ່ງນຳກັນເລີຍ


ສິ່ງທີ່ຄິດ




ຄວາມເປັນຈິງ














ເປັນແນວໃດກັບວິທີ ຕື່ມເງິນແບບໃໝ່ ທີ່ ບໍ່ຕ້ອງຂູດ ແລະ ເປື້ອນມື ສຳລັບໃຜທີ່ຢາກຈະລອງເອົາໄປໃຊ້ ແອດມິນ ກໍ່ບໍ່ວ່າກັນເດີ້ ແຕ່ບໍ່ຮັບປະກັນຄວາມສ່ຽງໃດ໋... ສະນັ້ນ ຖ້າຫາກເຮົາບໍ່ໝັ້ນໃຈກໍ່ບໍ່ຟ້າວລອງເທື່ອ ດຽວມັນຊິເສຍຂອງ ແຕ່ຫາກໃຜກ້າສ່ຽງກໍ່ບໍ່ເປັນຫຍັງຖືເປັນການລອງເຮັດແນວແປກໃໝ່ໄປໃນໂຕ ແລະ ເຫັນເພິ່ນບອກວ່າວິທີນີ້ເຮັດໄດ້ສະເພາະກັບບັດຕື່ມເງິນຮູບແບບໃໝ່ທີ່ມີ ບາໂຄ໊ດ ເດີ້ !!

ຂອບໃຈຂໍ້ມູນ ແລະ ພາບປະກອບຈາກ Facebook E'PPocky Khanthavongxai

ความคิดเห็น

โพสต์ยอดนิยมจากบล็อกนี้

ພະລັງຈາກສັງຄົມຊ່ວຍນ້ອງວົງສາ ຫຼ້າສຸດອາການເລີ່ມດີຂຶ້ນຕາມລໍາດັບ

ດັງຂ້າມຄືນ ເຈົ້າຂອງ ໂພສ ຄຳຂໍໂທດຈາກແຟນເກົ່າ